ເນື້ອຮ້ອງແລະທຳນອງ: ໄຊພອນ ສິນທະລາດ
ບ້ານໂພນ ເປັນໂພນຝັ່ງໃຈອ້າຍຢູ່
ຄັ້ງເຄີຍມີຄູ່ ຄັ້ງຢູ່ຄຽງໃກ້ນວນນາງ
ຈາກເຈົ້າມາ ນ້ຳຕາຂອງອ້າຍລິນຫລັ່ງ
ແສນຮັກແສນຫ່ວງນ້ອງນາງ ຄວາມຫວັງຝັງໃຈໜ່ຽວແໜ້ນ
ບ້ານໂພນ ເປັນໂພນຝັງໃຈອ້າຍຢູ່
ຄັ້ງເຄີຍມີຄູ່ ຊື່ນຊູກັບນ້ອງໝັ້ນແກ່ນ
ຮ້ອງເພງມາ ຫົວໃຈຝາກໄວ້ໃຫ້ແຟນ
ບ້ານໂພນຝັ່ງໃຈໜຽວແໜ້ນ ເປັນແຟນກັບນ້ອງຈົນຕາຍ
ເມືອງໂພນໂຮງ ບ້ານໂພນນັບວ່າເປັນໜຶ່ງ
ສາວງາມຊາບຊຶ້ງ ຕິດຕຶງຫົວໃຈຂອງອ້າຍ
ຢູ່ວຽງຈັນ ທຸກວັນຝັນເຖິງບໍ່ຫາຍ
ຍາມນອນຝັນກ້ຽວດວງໃຈ ນອນຫລັບໄປອ້າຍຝັນເຫັນໜ້າ
ບ້ານໂພນ ບໍ່ດົນອ້າຍຄົງມາຢູ່
ຍັງຮັກຍອດຊູ້ ຮັກຢູ່ບໍ່ໄດ້ລືມລາ
ນ້ອງຈົ່ງຄອຍ ລໍຄອຍອ້າຍມາວິວາ
ປີນີ້ຫລືວ່າປີໜ້າ ອ້າຍຈະມາສູ່ຂໍນວນນາງ