ເນື້ອຮ້ອງແລະທຳນອງ: ໄຊພອນ ສິນທະລາດ
ຢ່າລືມ ຟັງສຽງຂອງອ້າຍຮ້ອງສັ່ງ
ກ່ອນຈາກນວນນາງ ອ້າຍຍັງເຄີຍໃຫ້ສັນຍາ
ວ່າຈະຮັກນາງ ຮັກດຽວຕະຫລອດເວລາ
ແມ່ນຜູ້ໃດລືມລາ ຟ້ານັ້ນຊ່ວຍລົງໂທດໃຫ້
ຢ່າລືມ ຟັງສຽງຂອງອ້າຍຮ້ອງສົ່ງ
ປານນີ້ນ້ອງຄົງ ພະວົງຫາອ້າຍບໍ່ວາຍ
ນ້ອງຢ່ານ້ອຍໃຈ ວ່າອ້າຍນີ້ຈະລືມໄລ
ຂໍຈົ່ງໝັ້ນໃນໃຈ ວ່າຊາຍຮັກແທ້ແນ່ນອນ
ນ້ອງນາງ ຈະເໝືອນຕົວອ້າຍບໍໜໍ
ຫລືມີຄູ່ຮ່ວມຫໍ ພະນໍຈາກອ້າຍໄປກ່ອນ
ນ້ອງຢ່າໄດ້ລືມ ສັນຍາເລີຍນະງາມງອນ
ທີ່ໝາຍເປັນຄູ່ຄຽງໝອນ ຮ່ວມບັງອອນຕະຫລອດຊີວາ
ຢ່າລືມ ຟັງສຽງເພງອ້າຍເສຍກ່ອນ
ກ່ອນຈະເຂົ້ານອນ ຮ້ອງວອນມາກ່ອມນິດທາ
ຂໍໃຫ້ນ້ອງນອນ ຝັນດີເຖີດນະແກ້ວຕາ
ຂໍນ້ອງຢ່າລືມລາ ສັນຍາຂອງເຮົາເດີນາງ