ເນື້ອຮ້ອງແລະທຳນອງ: ...
ນ້ອງງາມເປັນໜຶ່ງ ສຸດທະນຶງສາວໄຊທານີ
ເຈົ້າສົດສວຍໂສພີ ສົມທີ່ເຂົາລືເຂົາຊ່າ
ຜູ້ສາວຖິ່ນໃດ ໃກ້ໄກຂະໜານນາມມາ
ຍັງຜ່າຍແພ້ການດາ ເໜືອຄຳເຂົາເອີ່ຍກ່າວຂານ
ສາວໄຊນ້ຳງື່ມ ອ້າຍບໍ່ລືມວາຈາ
ຫົວໃຈອ້າຍຄວນຫາ ໄດ້ພົບແກ້ວຕາຄືນນັ້ນ
ສົມຄຳເຂົາລື ອ້າຍເຊື່ອຖືຄວາມສວຍລາວັນ
ທັງຮູບຮ່າງຜີວພັນ ຮອຍຍິ້ມກໍຫວານສາວຮ້ານເຮືອນແພ
ອາຊີບທຳນາ ຫາປາຢູ່ຕາມສາຍທານາ
ວາຈານ້ອງອ່ອນຫວານ ໄດ້ຟັງສະທ້ານດວງແດ
ຍິ້ມງາມຊັກຊວນ ແກ່ມວນຜູ້ເຂົາມາແວ່
ຢຸດພັກຮ້ານເຮືອນແພ ງາມຈິງແທ້ສາວໄຊທານີ
ເມື່ອຍາມຈະຈາກ ອ້າຍອາໄລເຮືອນແພ
ຫາກໃຈນ້ອງບໍ່ປ່ຽນແປ ຈະບອກພໍ່ແມ່ໄປຂໍທັນທີ
ຢ້ານແຕ່ບຸນບໍ່ສົມ ຫລົງຄາຣົມສາວໄຊທານີ
ໄດ້ແຟນສວຍນ້ຳໃຈດີ ຖືກໃຈອີ່ຫລີ່ສາວຮ້ານເຮືອນແພ