ເນື້ອຮ້ອງທຳນອງ: ຄຳພູ ທະວີວັນ
ຈຸດໜຶ່ງ ທີ່ອ້າຍເບິ່ງໄປເບື້ອງໜ້າ
ຕົກໃຈຜະຫວາ ເຫັນໃບໜ້າຂາວມາເປີ່ນເວິ່ນ
ຕົກກະໃຈ ສົງໃສສິເປັນຊູ້ເພິ່ນ
ຄັນສິຮ້ອງຮຽກເອີ້ນ ຢ້ານແຕ່ເພິ່ນບໍ່ສົນໃຈເຮົາ
ຈຸດໜຶ່ງ ທີ່ເດັ່ນຢູ່ໃນໃບໜ້າ
ຮອຍຍີ້ມນັ້ນໜາ ຈັ່ງແມ່ນທ້າຂ້ອຍຢູ່ບໍ່ເຊົາ
ລູກສາວໃຜໜໍ ຄົງສິບໍ່ເຄີຍເຫງົາ
ຍີ້ມໃຫ້ເບິ່ງແດ່ນ້ອງສາວ ຍີ້ມໃຫ້ຈັກຊາວນາທີ
ຂ້ອຍຊິເອົາ ຫົວໃຈບັນທຶກແກ້ມນ້ອງ
ບັນທຶກຮອຍແກ້ມບ່ອງ ຂອງອີ່ນ້ອງໄວ້ເປັນຢ່າງດີ
ບັນທຶກຊວງຊົງ ຂອງແອວອົ່ງໂສພີ
ຕະຫລອດໄປທັງທ່າທີ ທີ່ນ້ອງນັ້ນມີປະຈຳຕົວ
ຈຸດໜຶ່ງ ທີ່ອ້າຍສົນໃຈກວ່າໝູ່
ບໍ່ມີໃຜຮູ້ ເໜືອອ້າຍດອກທູນຫົວ
ປ່ອຍໃຫ້ມັນຝັງ ຫົວໃຈໄປຈົນກວ່າ
ຈະບອກໃຫ້ຮູ້ສຶກຕົວ ເມື່ອຕອນເປັນຜົວນ້ອງນາງສົມບູນ