ເນື້ອຮ້ອງແລະທຳນອງ: ....
ໄປທ່ຽວເມືອງໄທ ກັບມາບໍ່ນານ
ຄິດຮອດຕາຫວານ ນົງຄານທີ່ຢູ່ໜອງຄາຍ
ຄິດຮອດຍີ້ມງາມຄົນແກ້ວບ໋ອງ ຄິດຢາກຮັກນ້ອງຈົນຕາຍ
ຄິດຮອດບໍ່ຫາຍ ເສຍດາຍທີ່ຈາກນາງ
ທຸກເມື່ອຍາມແລງ ອ້າຍນີ້ໝົ່ນໝອງ
ທີ່ແຄມຝັ່ງຂອງ ນ້ອງຄົງບໍ່ຮູ້ດອກວ່າ
ອ້າຍເຝົ້າຄະນຶງເຖິງນ້ອງຢູ່ ຄຶດຮອດຍອດຊູ້ຂວັນຕາ
ບໍ່ນານດອກໜາ ຄົງໄດ້ມາອີກຄາວ
ແຄມຂອງຍາມຄ່ຳ ເໝືອນທຳໃຫ້ອ້າຍ
ຄຳຄວນບໍ່ຫາຍ ຈາກໃຈຂອງຊາຍໜຸ່ມລາວ
ນ້ອງຄົງບໍ່ຄິດລັງກຽດ
ຄົງບໍ່ຢ້າມຢຽດເດີສາວ
ຊາດໄທແລະລາວ ເປັນພີ່ນ້ອງກັນ
ອ້າຍຢູ່ວຽງຈັນ ຄິດຮອດບໍ່ຫາຍ
ທ່າບໍ່ໜອງຄາຍ ບໍ່ໄກແມ່ນບໍວຽງຈັນ
ເຖິງມີນ້ຳຂອງຂວາງໜ້າ ສົ່ງໃຈໄຝ່ຫາທຸກວັນ
ຈະຮັກນ້ອງນັ້ນ ບໍ່ມີວັນເຊື່ອມຄາຍ