ອະດີດບໍ່ສຳຄັນ

       ເນື້ອຮ້ອງແລະທຳນອງ......

ຈະຂໍເປັນ                       ຄົນທີ່ສຸດທ້າຍ             
ຈະຂໍຕາຍ                       ຕັກນາງແຕ່ພຽງຜູ້ດຽວ
ອາດີດຂອງນາງ                   ອ້າຍບໍ່ສົນບໍ່ກ່ຽວ
ອ້າຍບອກຄຳດຽວ                 ຊາດນີ້ຂໍຕາຍຮ່ວມນາງ

ຈະຂໍເປັນ                       ດອກໄມ້ໃຫ້ນາງນັ້ນຊົມ
ບໍ່ໃຫ້ອົກຕຣົມ                    ຂືນຂົມລະທົມຫົວໃຈ
ຈະຂໍຊ່ວຍລ້າງ                   ຣາຄີໃຫ້ຈາງໃຫ້ໄປ
ຂໍເປັນຄົນໃຫ້                     ກຳລັງໃຈໃຫ້ນ້ອງທຸກຍາມ

ຈະຂໍເປັນມິດ                     ເພື່ອນກາຍບໍ່ໃຫ້ຈືດຈາງ
ຈະເປັນໝອນຂ້າງ                 ໃຫ້ນາງກອດນອນທັງຄືນ
ຈະເປັນຜ້າຫົ່ມ                    ຫົ່ມກາຍໃຫ້ນ້ອງທຸກຄືນ
ເພື່ອໃຫ້ຂວັນຢືນ                  ລືມບັ້ນອາດີດຜ່ານມາ

ມາ.​..​ມາຫລ້າ                    ມາຮັກກັນສາຮັກໃຫ້ແກ່ນ
ມາເປັນແຟນເປັນເມຍບັກອ້າຍ        ບໍ່ທຳໃຫ້ໝົ່ນໝອງ
ທຸກ...ນາດນ້ອງ ນາດນ້ອງ          ອ້າຍແບ່ງເປັນເອົາ
ຂໍປົວຫົວໃຈ                     ບໍ່ໃຫ້ໃຜມາຕ້ອງ
ຄັນເປັນທອງ ໃຫ້ເປັນທອງແທ້        ບໍ່ເປັນທອງແກມກົ່ວ
ສິບສິຊົ່ວຊາວສິຊົ່ວ ບ່ອນໃດນາດນ້ອງ ສິເອົາເຈົ້າຮ່ວມຮຽງ
ທຸກ...ນາດນ້ອງ ອ້າຍສິຄ່ອຍອົດສາ     ຂໍປົວຫົວໃຈບໍ່ໃຫ້ມີແນວເປື້ອນ

ໃຫ້ເໝື່ອນ                       ຈັນເພັງທີ່ລອຍເວຫາ  
ໃຫ້ສວຍງາມຕາ                  ເໝືອນຟ້າບໍ່ມີເມກບັງ
ໃຫ້ເປັນຄົນດີ                     ບໍ່ໃຫ້ມີນ້ຳຕາລິນຫລັ່ງ  
ລືມມັນເສຍເຖີດຄວາມຫລັງ          ອ້າຍນີ້ຍັງຂໍປົວຫົວໃຈ ໆ

ຂໍເປັນ ຂໍເປັນຄົນໃຫ້               ກຳລັງໃຈໃຫ້ນ້ອງທຸກຢ່າງ
ເພື່ອນາງ                       ຄົນດຽວເທົ່ານັ້ນ      
ເຖິງຕາຍອ້າຍ                    ບໍ່ວ່າຫຍັງ
ຢຸດເຖີດນ້ຳຕາທີ່ມັນລິນຫລັ່ງ          ຈົ່ງລືມຄວາມຫລັງສາເດີນ້ອງ

ຢ່າລືມສັນຍາ


        ເນື້ອຮ້ອງແລະທຳນອງ: ໄຊພອນ ສິນທະລາດ

ຢ່າລືມ                   ຟັງສຽງຂອງອ້າຍຮ້ອງສັ່ງ
ກ່ອນຈາກນວນນາງ          ອ້າຍຍັງເຄີຍໃຫ້ສັນຍາ
ວ່າຈະຮັກນາງ              ຮັກດຽວຕະຫລອດເວລາ
ແມ່ນຜູ້ໃດລືມລາ            ຟ້ານັ້ນຊ່ວຍລົງໂທດໃຫ້

ຢ່າລືມ                    ຟັງສຽງຂອງອ້າຍຮ້ອງສົ່ງ
ປານນີ້ນ້ອງຄົງ              ພະວົງຫາອ້າຍບໍ່ວາຍ
ນ້ອງຢ່ານ້ອຍໃຈ             ວ່າອ້າຍນີ້ຈະລືມໄລ
ຂໍຈົ່ງໝັ້ນໃນໃຈ              ວ່າຊາຍຮັກແທ້ແນ່ນອນ

ນ້ອງນາງ                 ຈະເໝືອນຕົວອ້າຍບໍໜໍ
ຫລືມີຄູ່ຮ່ວມຫໍ              ພະນໍຈາກອ້າຍໄປກ່ອນ
ນ້ອງຢ່າໄດ້ລືມ              ສັນຍາເລີຍນະງາມງອນ
ທີ່ໝາຍເປັນຄູ່ຄຽງໝອນ        ຮ່ວມບັງອອນຕະຫລອດຊີວາ

ຢ່າລືມ                   ຟັງສຽງເພງອ້າຍເສຍກ່ອນ
ກ່ອນຈະເຂົ້ານອນ            ຮ້ອງວອນມາກ່ອມນິດທາ
ຂໍໃຫ້ນ້ອງນອນ              ຝັນດີເຖີດນະແກ້ວຕາ
ຂໍນ້ອງຢ່າລືມລາ             ສັນຍາຂອງເຮົາເດີນາງ

ຮັກສາວລ້ອງແຈ້ງ

ເນື້ອຮ້ອງແລະທຳນອງ: ໄຊພອນ ສິນທະລາດ

ບຸນເຫລືອ                 ເມື່ອມາເຫັນສາວລ່ອງແຈ້ງ
ກູເຢັຍກໍແຫງ               ສາວລ່ອງແຈ້ງນີ້ແລ້ວລະໜາ
ໂອລົວກາວມົ້ງ              ວາດຊົງເໜືອນໜຶ່ງດາຣາ
ແມ່ນຜູ້ໃດເດສ້າງມາ          ຫຼືເທວານັ້ນລົງມາປັ້ນ

ງາມເຫຼືອ                  ເໜືອຊົນຊາດລາວທຸກເຜົ່າ
ເຖິງຢູ່ປ່າເຂົາ               ຫາໃສເລົ່າຈະມາປຽບປານ
ໄດ້ມາຄັ້ງໜຶ່ງ               ຈິດຕຶງພາໃຫ້ອ້າຍຝັນ
ເມື່ອບຸນກິນຈຽງຄືນນັ້ນ         ເຮົາຝາກສຳພັນຮັກກັນຈົນຕາຍ

ທີ່ສັນພູໝອກ               ນ້ອງບອກວ່າຢູ່ກັບອ້າຍ
ລູນີ້ຈົນຕາຍ                ບໍ່ຄາຍເຄື່ອນຄຳສາບານ
ຍາມອ້າຍໄກຈາກ            ພາກນ້ອງຄືນສູ່ວຽງຈັນ
ວັນໜຶ່ງອ້າຍຄົງກັບຫັນ        ມາຮັກກັນນໍລູເກົາມົ້ງ

ສາວເໜືອ                 ເມື່ອໄກໃຈອ້າຍເປັນຫ່ວງ
ຂໍເຈົ້າຢ່າລວງ              ຢ່າລວງອ້າຍເລີຍອານົງ
ຍາມອ້າຍໄກຈາກ            ຫົວໃຈເຈົ້າໃຫ້ໝັ້ນຄົງ
ຈົ່ງຟັງສຽງເພງຮ້ອງສົ່ງ        ກູຢ່ອນຢົງລ່ອງແຈ້ງບໍ່ວາຍ

ເສື້ອຂຽວທີ່ຮັກ

ເນື້ອຮ້ອງແລະທຳນອງ: ໄຊພອນ ສິນທະລາດ

ເຄີຍພົບຍິງ                ມາແລ້ວຫລາຍໆ
ບໍ່ເຄີຍສົນໃຈ               ບໍ່ເຄີຍຮັກໃຜຈົນໝົດຫົວໃຈ
ເສື້ອແດງເສື້ອເຫຼືອງກໍມີ       ຜູ້ຈົນຜູ້ມີກໍຫລາຍ
ບໍ່ເຄີຍອາໄລ               ບໍ່ເຄີຍໄຝ່ຝັນ

ພໍ ພົບຍິງ                 ຄົນໃສ່ເສື້ອຂຽວ
ຫົວໃຈໂນ້ມໜ່ຽວ            ຫຼົງຮັກເສື້ອຂຽວນັ້ນທຸກວັນ
ຄິດເຖິງຮອຍຍີ້ມຫວານໆ      ຄິດເຖິງສາບານຄືນນັ້ນ
ຕຣາບຊົ່ວຊີວັນ             ຮັກນາງແນ່ນອນ

ເປີດວິທະຍຸ ເປີດຟັງເບິ່ງດຸ     ຢ່າຟ້າວຫຼັບນອນ
ມີໃຜຄົນໜຶ່ງ                ຄິດເຖິງເຈົ້າຢູ່ງາມງອນ
ຄົນນີ້                     ຄົນຮ້ອງເພງວອນ
ຫຼົງຮັກງາມງອນ             ເສື້ອຂຽວບາງໆ

ພໍສຽງເພງ                 ດັງແວວມາຫາ
ຂໍນາງເຈົ້າຢ່າ               ຢ່າຄິດນິນທາຫຼືວ່າກຽດຊັງ
ມີແຟນນັກຮ້ອງລະດີ          ຮັບຮອງບໍ່ມີຜິດຫວັງ
ຢ້ານແຕ່ນວນນາງ            ນ້ອງເຈົ້າຈະລວງ

ບ້ານໂພນທີ່ຝັງໃຈ


ເນື້ອຮ້ອງແລະທຳນອງ: ໄຊພອນ ສິນທະລາດ

ບ້ານໂພນ                 ເປັນໂພນຝັ່ງໃຈອ້າຍຢູ່
ຄັ້ງເຄີຍມີຄູ່                ຄັ້ງຢູ່ຄຽງໃກ້ນວນນາງ
ຈາກເຈົ້າມາ                ນ້ຳຕາຂອງອ້າຍລິນຫລັ່ງ
ແສນຮັກແສນຫ່ວງນ້ອງນາງ    ຄວາມຫວັງຝັງໃຈໜ່ຽວແໜ້ນ

ບ້ານໂພນ                 ເປັນໂພນຝັງໃຈອ້າຍຢູ່
ຄັ້ງເຄີຍມີຄູ່                ຊື່ນຊູກັບນ້ອງໝັ້ນແກ່ນ
ຮ້ອງເພງມາ               ຫົວໃຈຝາກໄວ້ໃຫ້ແຟນ
ບ້ານໂພນຝັ່ງໃຈໜຽວແໜ້ນ    ເປັນແຟນກັບນ້ອງຈົນຕາຍ

ເມືອງໂພນໂຮງ             ບ້ານໂພນນັບວ່າເປັນໜຶ່ງ
ສາວງາມຊາບຊຶ້ງ            ຕິດຕຶງຫົວໃຈຂອງອ້າຍ
ຢູ່ວຽງຈັນ                  ທຸກວັນຝັນເຖິງບໍ່ຫາຍ
ຍາມນອນຝັນກ້ຽວດວງໃຈ      ນອນຫລັບໄປອ້າຍຝັນເຫັນໜ້າ

ບ້ານໂພນ                 ບໍ່ດົນອ້າຍຄົງມາຢູ່
ຍັງຮັກຍອດຊູ້               ຮັກຢູ່ບໍ່ໄດ້ລືມລາ
ນ້ອງຈົ່ງຄອຍ               ລໍຄອຍອ້າຍມາວິວາ
ປີນີ້ຫລືວ່າປີໜ້າ             ອ້າຍຈະມາສູ່ຂໍນວນນາງ

ກຸຫລາບປາກຊັນ





ມົນຮັກສາວວັງວຽງ

ເນື້ອຮ້ອງແລະທຳນອງ: .​.​..​.

ວັງວຽງແຫ່ງນີ້              ເໝືອນມີອຳນາດມັດໃຈຈິດຝັງ
ພູຜາລ້ອມບັງ               ວັງວຽງແສນງາມ
ຜາແດງຜາຕັ້ງງາມຕາ         ເຂົາສູງສຽດຟ້າສີຄາມ
ເບິ່ງແລ້ວທຸກຍາມ            ກະແສນເພີນໃຈ

ແຄມລຳນ້ຳຊອງ             ສອງເຮົາຄຽງຄູ່ ໄດ້ຢູ່ດ້ວຍກັນ
ກອດນ້ອງບໍ່ນານ             ອ້າຍກໍຈາກໄປ
ລານ້ອງໄປສູ່ແນວລົບ         ເພື່ອລົບສັດຕູແດນໄກ
ໃຫ້ສົມເປັນຊາຍ             ຊາດເຊື້ອຄົນລາວ

ບໍ່ດົນປານໃດ               ອ້າຍຈະກັບຄືນມາ
ໄປແລ້ວບໍ່ແມ່ນໜີໜ້າ         ຈະກັບມາຄຽງຄູ່ນ້ອງສາວ
ບໍ່ລືມອອນຊອນ             ຖ້ຳນອນເຄີຍໄປສອງເຮົາ
ແມ່ນອ້າຍຢູ່ໄກນ້ອງສາວ      ສາວເຈົ້າເຊື່ອໃຈເຖີດໜາ

ໄກພຽງແຕ່ຕົວ              ຫົວໃຈຢູ່ໃກ້ອາໄລເຈົ້າຫລາຍ
ຫາກບໍ່ຕາຍຄົງ              ຄົງໄດ້ກັບມາ
ສາວເອີຍໂອສາວວັງວຽງ       ສຽງນີ້ຄືສຽງເພງລາ
ອ້າຍຈະກັບມາ              ຖ້ານ້ອງບໍ່ລືມ

ພົບຮັກສາວໜອງຄາຍ

ເນື້ອຮ້ອງແລະທຳນອງ:  ....

ໄປທ່ຽວເມືອງໄທ            ກັບມາບໍ່ນານ
ຄິດຮອດຕາຫວານ           ນົງຄານທີ່ຢູ່ໜອງຄາຍ
ຄິດຮອດຍີ້ມງາມຄົນແກ້ວບ໋ອງ   ຄິດຢາກຮັກນ້ອງຈົນຕາຍ
ຄິດຮອດບໍ່ຫາຍ             ເສຍດາຍທີ່ຈາກນາງ

ທຸກເມື່ອຍາມແລງ            ອ້າຍນີ້ໝົ່ນໝອງ
ທີ່ແຄມຝັ່ງຂອງ              ນ້ອງຄົງບໍ່ຮູ້ດອກວ່າ
ອ້າຍເຝົ້າຄະນຶງເຖິງນ້ອງຢູ່      ຄຶດຮອດຍອດຊູ້ຂວັນຕາ
ບໍ່ນານດອກໜາ             ຄົງໄດ້ມາອີກຄາວ

ແຄມຂອງຍາມຄ່ຳ           ເໝືອນທຳໃຫ້ອ້າຍ
ຄຳຄວນບໍ່ຫາຍ             ຈາກໃຈຂອງຊາຍໜຸ່ມລາວ
ນ້ອງຄົງບໍ່ຄິດລັງກຽດ         ຄົງບໍ່ຢ້າມຢຽດເດີສາວ
ຊາດໄທແລະລາວ           ເປັນພີ່ນ້ອງກັນ

ອ້າຍຢູ່ວຽງຈັນ              ຄິດຮອດບໍ່ຫາຍ
ທ່າບໍ່ໜອງຄາຍ             ບໍ່ໄກແມ່ນບໍວຽງຈັນ
ເຖິງມີນ້ຳຂອງຂວາງໜ້າ       ສົ່ງໃຈໄຝ່ຫາທຸກວັນ
ຈະຮັກນ້ອງນັ້ນ             ບໍ່ມີວັນເຊື່ອມຄາຍ

ເຫັນໃຈສາວລາວ

            ເນື້ອຮ້ອງແລະທຳນອງ: .​.​.​.​​.​

ເຫັນໃຈ                   ສາວເຈົ້າທີ່ໜີຈາກໄກ
ນ້ຳຕາມັນຄົງຫລັ່ງໄຫລ        ເມື່ອເຈົ້າໄກພາກບ້ານແມ່ມາ
ຄັ້ງໄດ້ມາເຫັນ              ຈົນເກືອບຈະຫລັ່ງນ້ຳຕາ
ຮີດຄອງທີ່ເຄີຍມີມາ           ນ້ອງລືມລາເລືອນໜີຈາກບ້ານ

ເຫັນໃຈ                   ທຸກສິ່ງທີ່ນ້ອງເຄີຍມີ
ຊີວິດຮີດຄອງທີ່ດີ            ບ້ານເຮົານີ້ໄວ້ເປັນພື້ນຖານ
ມາຢູ່ອາໄສ                ຢູ່ໄກຈາກເມືອງວຽງຈັນ
ໜຸ່ມວຽງເຫັນໃຈຈອມຂວັນ      ຈຶ່ງຮ້ອງເພງຊວນຫວນຄືນບ້ານເຮົາ

ນ້ອງລືມແລ້ວ               ຄຳໝັ້ນສັດຈະວາຈາ
ຄຳທີ່ນ້ອງເຄີຍສັນຍາ         ວ່າຈະມາແລ້ວຈະຄືນຖິ່ນ
ພົບຮັກຢູ່ພີ້                 ຄົນດີຈຶ່ງລືມບ້ານເຮົາ
ລືມຮອດຊາຍຮັກຄົນເກົ່າ       ລືມຮັກເຮົາອ້າຍເສົ້າເສຍໃຈ

ຫລາຍປີ                  ທີ່ເຈົ້າຈາກບ້ານແມ່ມາ
ພັດພາກງົວຄວາຍໄຮ່ນາ       ຢູ່ເມືອງຟ້າແສງສີວິໄລ
ບ້ານເກີດຂອງເຮົາ           ຄັ້ງເຈົ້າເຄີຍຢູ່ອາໄສ
ຖ້ານ້ອງບໍ່ຄິດລືມໄລ          ເຈົ້າຈົ່ງກັບໄປຖິ່ນຖານບ້ານເຮົາ

ສາວສວນມອນ


ເນື້ອຮ້ອງແລະທຳນອງ: .​.​.​.​.​.

ສວນມອນແຫ່ງນີ້            ທີ່ເປັນຖານຖິ່ນສົດໃສ
ຊົມແລ້ວວິໄລ               ກວ້າງໄກສຸດຕາພາຝັນ
ທ້ອງຖິ່ນລຳເນົາຍາວຢຽດ      ຢຽດໄດ້ຕັ້ງສອງກິໂລນັ້ນ
ເປັນເຂດມະຫັນ             ຢູ່ໃນນະຄອນ

ຫົນທາງກ້ຽງງາມ            ຜູ້ຄົນທຽວທ່ອງໄປມາ
ແມ່ຂອງຄົງຄາ              ເລື່ອນລາລາກໄຫລສູ່ຄອນ
ເຫັນໜຸ່ມສາວລົງລອຍຫລີ້ນ     ອາບກິນຢອກເຢົ້າໜ້າອອນຊອນ
ນົກບິນກັບຄອນ             ເມື່ອຍາມຄ້ອຍຄ່ຳ

ຄືນວັນເພງ                ແສງເດືອນແສງດາວສ່ອງມາ
ສຸກອຸລາ                  ນະພາພາໃຈຊື່ນບານ
ເດິກຂ້ອນຄືນ               ສຽງແຄນຂັບໂອ ໂອລຳ
ສຽງຂຸ່ຍຊ້ຳເຕີມເຂົ້ານຳ        ສຸກເລີດລ້ຳສວນມວນແຫ່ງນີ້

ໃຜເຄີຍໄດ້ມາ               ສຸກຕາຝັນເກີ້ເຟີ້ຫາ
ໄປແລ້ວຫວນມາ             ບໍ່ລືມເລີກລາຫ່າງໜີ
ແມ່ນເກີດຊາດໃດຂໍຈົ່ງ        ເກີດໃນຖິ່ນຖານບ້ານແຫ່ງນີ້
ເຖິງສູນຊີບພະລີ             ຈະບໍ່ຂໍຫ່າງ

ກ້ຽວສາວບ້ານເກິນ

    ເນື້ອຮ້ອງແລະທຳນອງ: ບິນ ສຸດາຈັນ

ເມື່ອອ້າຍໄດ້ມາ             ມາພົບສາວແຕ່ພຽງຄັ້ງດຽວ
ຫົວໃຈອ້າຍນີ້ຢາກໂນ້ມໜ່ຽວ     ອ້າຍຈົນຫລົງກ້ຽວ ກ້ຽວສາວບ້ານເກິນ
ນ້ອງຊ່າງງາມຍິ່ງ            ຢາກແອບອີງນ້ອງນາງຢ່າເມີນ
ອ້າຍຂໍບອກສາວຈົ່ງເຫັນໃຈເທີ້ນ ຜູ້ທີ່ຫລົງເດີນພັດຖິ່ນບ້ານມາ

ອ້າຍໄດ້ຍິນຄຳ              ຄຳວ່າຮັກມາຈາກຊາມໄວ
ຄຳເວົ້າສາວນີ້ຊ່າງຫລົງໄຫລ    ຊາບຊຶ້ງຕຶງໃຈໃນດວງອຸລາ
ຈົ່ງເໝື່ອນຄຳເວົ້າ            ທີ່ອ້າຍແລະສາວເຄີຍເວົ້າກັນມາ
ຢ່າລວງໃຫ້ອ້າຍນີ້ເສຍນ້ຳຕາ    ເໝືອນນ້ຳຖ້ວມນາຂອງອ້າຍຫລົ້ມຈົມ

ນ້ອງຂວັນຕາຈົ່ງສົງສານ       ຫາກນ້ອງເຫັນໃຈອ້າຍນັ້ນ
ຈະຮັກຈອມຂວັນ             ບໍ່ໃຫ້ໂສກຕຣົມ
ປີໜ້າຕໍ່ໄປ                 ຈະປູກເຂົ້າໄຮ່ເຂົ້ານາໃຫ້ສົມ
ຫາກແມ່ນດິນຟ້າໃຫ້ຄວາມອຸດົມ ຈະຂໍພິລົມໃຫ້ສົມຮັກດຽວ

ອ້າຍຈະຂໍຈຳ               ດິນຖິ່ນນັ້ນທີ່ເຄີຍໄດ້ຢູ່
ກັບຄວາມຮັກຂອງນ້ອງອຸ້ມຊູ    ດິນຟ້າຈົ່ງຮູ້ໄວ້ເປັນສັກຄີ
ເຖິງຢູ່ໄກກັນ                ຫົວໃຈອ້າຍນັ້ນບໍ່ໄດ້ໜ່າຍໜີ
ອີກປີໜ້າຈະມາອີກທີ          ສູ່ຂໍຄົນດີສາວບ້ານເກິນ

ໃຕ້ຟ້າດຽວກັນ


              ເນື້ອຮ້ອງແລະທຳນອງ: ຄຳພູ ທະວີວັນ

ຜິດແລ້ວຍອມຜິດ            ເປັນແນວຄິດໜຶ່ງທີ່ດີ
ສັງຄົມຈະມີ                ແຕ່ຄວາມສົດຊື່ນແຈ່ມໃສ
ລືມຕົວຊົ່ວຄາວ             ຫ້າວຫັນປ່ຽນແປງເສຍໃໝ່
ແລ້ວອີກຕໍ່ໄປ               ທຳໃຈໃຫ້ຢູ່ໃນສິນ

ຢ່າເຫັນກົງຈັກ              ກາຍເປັນເໝື່ອນໜຶ່ງດອກບົວ
ແລ້ວພາໃຫ້ຕົວ             ມືດມົວຂວ່າຍຄວ້າຖະຫວິນ
ຜິດພັ້ງພາດໄປ              ຢູ່ໃສໃຜຄົງດູໝິ່ນ
ສານອາດຕັດສິນ            ໃຫ້ເຮົາເສຍຄວາມເປັນຄົນ

ຢູ່ໃຕ້ຟ້າ                  ສາຍຄາດຽວກັນ
ໜຶ່ງດຽວເທົ່ານັ້ນ             ຢ່າແບ່ງຊັ້ນຄວາມມີຄວາມຈົນ
ຮັກກັນແພງກັນ             ຊ່ວຍເຫລືອກັນໃນຍາມຂັດສົນ
ດ້ວຍເຫດແລະຜົນ           ຊັ່ງຊາໃຫ້ມີພໍພຽງ

ຫາກເຫັນເປັນສິ່ງ            ທີ່ດີທີ່ເຮົາເອີ່ຍມາ
ແມ່ນພຽງວາຈາ             ເອີ່ຍມາເປັນພຽງສົ່ງສຽງ
ສຳພັນໄມຕຣີ               ຢ່າມີຫົວໃຈເອນອ່ຽງ
ເທົ່ານີ້ກໍພຽງ                ພໍແລ້ວໃນຄວາມເປັນຄົນ
             

ໜາວໝອກ


ເນື້ອຮ້ອງແລະທຳນອງ: ສໍ ອຸ່ນວົງ ແລະ ສໍ ບົວລະພັນ

ໜາກໝອກເມືອງເໜືອ        ເພື່ອສາວເມືອງໃຕ້
ວັງວຽງສຳລານເລິງໃຈ        ໜາວໄປຊື່ນໃຈທຸກແຫ່ງ
ມີສາຍນ້ຳຊອງ              ໄຫຼ່ລ່ອງຜ່ານເນີນຫີນແກ້ງ
ໜາກໝອກຊ່າງມາຮ້າຍແຮງ    ແຝງໃຈຂາດຄູ່ແອບອີງ

ໜາກໝອກປານໃດ          ອ້າຍຍັງຄິດວ່າ
ເປັນແດນສຸກສົມອຸລາ         ນະພາແຫ່ງນັ້ນງາມຍິ່ງ
ນົກນ້ອຍງອຍຄຽງ            ສົ່ງສຽງອອດອ້ອນສຸກຈິງ
ໜາກໝອກຂາດຄົນແອບອີງ    ຂາດຍິງຍິ່ງໜາວຣະທົມ

ພາບພຶກສາ                ມາລາຫລາຍສີ
ເໝືອນແດນສຸຂາວະດີ         ຊ່າງງາມເຫຼືອທີ່ຊວນຊົມ
ຊວນໃຈຂ້າ                ຝັນຫາໄຝ່ໃຈນິຍົມ
ທຳມະຊາດສຸກສົມ           ສຸດແສນຊື່ນຊົມປານແດນສະຫວັນ

ໜາວໝອກອ້າຍທົນ          ບົນເຂົາຢູ່ເຈີ້ຍ
ອາໄສທິວທັດຊິດເຊີຍ         ບໍ່ເຄີຍຫວັ່ນໄຫວໜາວນັ້ນ
ເພາະຂ້າຍັງມີ              ພາລະໜ້າທີ່ສຳຄັນ
ໜາກໝອກຫຼືຈະມາກັ້ນ        ຊີວິດທະຫານຕ້ອງທົນ


ສາວໄຊທານີ


                 ເນື້ອຮ້ອງແລະທຳນອງ: ..​.

ນ້ອງງາມເປັນໜຶ່ງ            ສຸດທະນຶງສາວໄຊທານີ
ເຈົ້າສົດສວຍໂສພີ            ສົມທີ່ເຂົາລືເຂົາຊ່າ
ຜູ້ສາວຖິ່ນໃດ               ໃກ້ໄກຂະໜານນາມມາ
ຍັງຜ່າຍແພ້ການດາ          ເໜືອຄຳເຂົາເອີ່ຍກ່າວຂານ

ສາວໄຊນ້ຳງື່ມ              ອ້າຍບໍ່ລືມວາຈາ
ຫົວໃຈອ້າຍຄວນຫາ          ໄດ້ພົບແກ້ວຕາຄືນນັ້ນ
ສົມຄຳເຂົາລື               ອ້າຍເຊື່ອຖືຄວາມສວຍລາວັນ
ທັງຮູບຮ່າງຜີວພັນ           ຮອຍຍິ້ມກໍຫວານສາວຮ້ານເຮືອນແພ

ອາຊີບທຳນາ               ຫາປາຢູ່ຕາມສາຍທານາ
ວາຈານ້ອງອ່ອນຫວານ        ໄດ້ຟັງສະທ້ານດວງແດ
ຍິ້ມງາມຊັກຊວນ            ແກ່ມວນຜູ້ເຂົາມາແວ່
ຢຸດພັກຮ້ານເຮືອນແພ         ງາມຈິງແທ້ສາວໄຊທານີ

ເມື່ອຍາມຈະຈາກ            ອ້າຍອາໄລເຮືອນແພ
ຫາກໃຈນ້ອງບໍ່ປ່ຽນແປ        ຈະບອກພໍ່ແມ່ໄປຂໍທັນທີ
ຢ້ານແຕ່ບຸນບໍ່ສົມ            ຫລົງຄາຣົມສາວໄຊທານີ
ໄດ້ແຟນສວຍນ້ຳໃຈດີ         ຖືກໃຈອີ່ຫລີ່ສາວຮ້ານເຮືອນແພ


ປູ່ຈັນ


ເນື້ອຮ້ອງແລະທຳນອງ: ຄໍາພູ ທະວີວັນ

ຄົນລຸ້ນປູ່                   ເຂົາຮູ້ວ່າຄົນຢູ່ພາກອີສານ
ລ້ວນແຕ່ເປັນລູກເປັນຫລານ     ຂອງປູ່ຈັນຂອງລາວທັງສີ້ນ
ເຊື້ອສາຍລາຍລ່ອງ           ແບ່ງເປັນສອງຟອງທຳມາຫາກິນ
ໂຄລາດວຽງຈັນທານິ         ລ້ວນແຕ່ເປັນຖິ່ນລູກຫລານປູ່ຈັນ

ຄົນລຸ້ນເກົ່າ                 ຈຶ່ງຮູ້ວ່າຄວາມເປັນມາຢ່າງໃດ
ລະຫວ່າງພີ່ນ້ອງລາວໄທ       ສະໄໝກ່ອນມາເຮົາຈາລຶກໝັ້ນ
ຜູກຮັກເປັນສ່ຽວ             ຂົດເຄືອກອດກ້ຽວກັນເຖິງທຸກວັນ
ສາວໂຄລາດອ້າຍບ່າວວຽງຈັນ   ເຄີຍນັດພົບກັນຢູ່ບຸນທາດຫລວງ

ປູ່ຈາກໄດ້ສັ່ງ                ລູກຫລານສອງຝັ່ງ
ເໝືອນດັ່ງ                  ຜູ້ຮູ້ການໄກໃນຊວງ
ໃຫ້ຫລານປູ່                 ໄປມາຫາສູ່ບູຊາທາດຫລວງ
ພຣະທາດພະນົມໃຫ້ແຫນຫວງ   ເໝືອນໃຈໜຶ່ງດວງປວງຊົນສອງຝັ່ງ

ຄົນລຸ້ນຍ່າ                  ນ້ຳຕາຕ້ອງຫລັ່ງລິນໄຫລ
ເມື່ອຈວບລາວນຸ່ງສິ້ນໄໝ       ຜ່ານໂຄລາດໄປນ້ຳຕາຍ່າຫລັ່ງ
ສາວມືກອດແນບຊວງອົກ       ເໝືອນໃຈຈະພັງ
ຄິດຮອດອະດີດຄວາມຫລັງ      ສະໄໝຍ່າຍັງເນົາຢູ່ວຽງຈັນ


ຈຸດໜຶ່ງ



                   ເນື້ອຮ້ອງທຳນອງ: ຄຳພູ ທະວີວັນ

ຈຸດໜຶ່ງ                    ທີ່ອ້າຍເບິ່ງໄປເບື້ອງໜ້າ
ຕົກໃຈຜະຫວາ              ເຫັນໃບໜ້າຂາວມາເປີ່ນເວິ່ນ
ຕົກກະໃຈ                  ສົງໃສສິເປັນຊູ້ເພິ່ນ
ຄັນສິຮ້ອງຮຽກເອີ້ນ           ຢ້ານແຕ່ເພິ່ນບໍ່ສົນໃຈເຮົາ

ຈຸດໜຶ່ງ                    ທີ່ເດັ່ນຢູ່ໃນໃບໜ້າ
ຮອຍຍີ້ມນັ້ນໜາ             ຈັ່ງແມ່ນທ້າຂ້ອຍຢູ່ບໍ່ເຊົາ
ລູກສາວໃຜໜໍ               ຄົງສິບໍ່ເຄີຍເຫງົາ
ຍີ້ມໃຫ້ເບິ່ງແດ່ນ້ອງສາວ        ຍີ້ມໃຫ້ຈັກຊາວນາທີ

ຂ້ອຍຊິເອົາ                 ຫົວໃຈບັນທຶກແກ້ມນ້ອງ
ບັນທຶກຮອຍແກ້ມບ່ອງ         ຂອງອີ່ນ້ອງໄວ້ເປັນຢ່າງດີ
ບັນທຶກຊວງຊົງ              ຂອງແອວອົ່ງໂສພີ
ຕະຫລອດໄປທັງທ່າທີ         ທີ່ນ້ອງນັ້ນມີປະຈຳຕົວ

ຈຸດໜຶ່ງ                    ທີ່ອ້າຍສົນໃຈກວ່າໝູ່
ບໍ່ມີໃຜຮູ້                   ເໜືອອ້າຍດອກທູນຫົວ
ປ່ອຍໃຫ້ມັນຝັງ              ຫົວໃຈໄປຈົນກວ່າ
ຈະບອກໃຫ້ຮູ້ສຶກຕົວ          ເມື່ອຕອນເປັນຜົວນ້ອງນາງສົມບູນ